ສູນລະບົບທາງເດີນອາຫານແລະຕັບ ເປີດບໍລິການວັນເສົາ - ວັນອາທິດ 08.00-17.00
ວັນພະຫັດ 09.00 - 12.00
ວັນຈັນ, ວັນອັງຄານ, ວັນພຸດ, ວັນສຸກ 12.00-13.00

ສອບຖາມເພີ້ມເຕີມ ໂທ +66 42 188 999 ຕໍ່ 1111, 1112

ບໍລິການຂອງເຮົາ

ສູນລະບົບທາງເດີນອາຫານ ແລະ ຕັບ

             ລະບົບທາງເດີນອາຫານ ມີຫນ້າທີ່ສຳຄັນໃນການຍ່ອຍ ແລະ ດູດຊຶມສານອາຫານເພື່ອໃຫ້ຮ່າງກາຍນຳໄປໃຊ້ປະໂຫຍດ ປະກອບໄປກ້ວຍອະໄວຍະວະພາຍໃນທີ່ສຳຄັນເຊັ່ນ ຫລອດກືນອາຫານ, ກະເພາະ, ລຳໄສ້ອ່ອນ, ລຳໄສ້ແກ່, ຮູທະວານ, ຕັບ, ຖົງນຳ້ບີ, ທໍ່ນຳ້ບີ ແລະ ມ້າມ. ດັ່ງນັ້ນ ຫາກວ່າເກີດຄວາມຜິດປົກກະຕິແມ່ນຈະສົ່ງຜົນກະທົບຕຊ່ຮ່າງກາຍ ເຮົາຈິ່ງພ້ອມໃຫ້ການເບິ່ງແຍງຢ່າງໃກ້ຊິດ ໂດຍທີມແພດສະເພາະທາງຜູ້ຊ່ຽວຊານ ແລະ ບຸກຄະລາກອນທາງການແພດທີ່ມີປະສົບການ ຕັ້ງແຕ່ການກວດສ່ອງກ້ອງທາງເດີນອາຫານ, ເອັກຊເຣໂດຍເຄື່ອງຄອມພິວເຕີ້ຄວາມໄວສູງ ເພື່ອບົ່ງມະຕິ ຄວາມຜິດປົກກະຕິໄດ້ຢ່າງຊັດເຈນ ແລະ ເຮັດການປິ່ນປົວຢ່າງທ່ວງທັນເວລາດ້ວຍເຄື່ອງມືທີ່ທັນສະໄໝໃຫ້ຮ່າງກາຍກັບມາສົມບູນແຂງແຮງອີກຄັ້ງ.

ສູນລະບົບທາງເດີນອາຫານ ແບະ ຕັບ.

             ໂຮງຫມໍກຸງເທບອຸດອນ ມຸ່ງຫມັ້ນໃຫ້ບໍລິການດ້ານສຸຂະພາບຢ່າງມີຄຸນນະພາບ ໂດຍມີອຸປະກອນທີ່ທັນສະໄໝ ແລະ ຄົບວົງຈອນ ພ້ອມກັບການເບິ່ງແຍງຈາກເຈົ້າໜ້າທີ່ທີ່ຜ່ານການຝຶກຝົນສະເພາະຂອງແຕ່ລະວິຊາຊີບມາເປັນຢ່າງດີ ດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ. ປັດຈຸບັນ  ສະຖານະການຂອງພະຍາດໃນລະບົບທາງເດີນອາຫານ ແລະ ຕັບ ເລີ້ມທະວີຄວາມຮ້າຍແຮງ ແລະ ເພີ້ມຄວາມຍາກລຳບາກໃນການປິ່ນປົວ ແລະ ການເບິ່ງແຍງ. ປັດໄຈສ່ຽງໃນການເກີດພະຍາດເພີ້ມຂື້ນທັງທາງກາຍະພາບ ເຊັ່ນ: ອາຫານ, ອາກາດ, ວິຖາການດຳລົງຊີວິດຂອງປະຊາກອນ ແລະ ການຖ່າຍທອດທາງພັນທຸກຳ ທີ່ກຳລັງເປັນບັນຫາຕໍ່ການດຳລົງຊີວິດຂແງຄົນໃນສັງຄົມ. ໂຮງໝໍກຸງເທບອຸດອນ ຄຳນຶງເຖິງສະພາບບັນຫາດັ່ງກ່າວ ຈິ່ງໄດ້ເປີດບໍລິການລະບົບທາງເດີນອາຫານ ແລະ ຕັບ ເຂົ້າມາຮັບຮອງສະພາບບັນຫານັ້ນຢ່າງເປັນລະບົບຄົບວົງຈອນ ແລະ ເພື່ອເປັນການເສີມສ້າງສຸຂະພາບອະນາໄມໃຫ້ແກ່ ປະຊາຊົນໂດຍທົ່ວໄປໃຫ້ຫ່າງຈາກພະຍາດບາງພະຍາດ ໂດຍໃຊ້ຄວາມໃສ່ໃຈເບິ່ງແຍງຕົວເອງພາຍໃຕ້ຄຳແນະນຳຂອງແພດສະເພາະລະບົບ ແລະ ການປິ່ນປົວທີ່ພົບໃນໄລຍະເລີ້ມຕົ້ນ. ຈິ່ງເປັນໂອກາດທີ່ປະຊາຊົນທົ່ວໄປຈະໄດ້ຮັບຄວາມເຂົ້າໃຈເຖິງພະຍາດ ແລະ ໄດ້ຮັບການປິ່ນປົວກົງແນວທາງ.

ການບໍລິການຂອງສູນລະບົບທາງເດີນອາຫານ ແລະ ຕັບ

  • ບໍລິການໃຫ້ຄຳປຶກສາກ່ຽວກັບບັນຫາ ແລະ ຄວາມຜິດປົກກະຕິຂອງລະບົບທາງເດີນອາຫານ
  • ກວດສ່ອງກ້ອງລະບົບທາງເດີນອາຫານ
  • ກວດສ່ອງກ້ອງລຳໄສ້ແກ່
  • ໃຫ້ຄຳແນະນຳໃນການເບິ່ງແຍງ ສຸຂະພາບທາງເດີນອາຫານ ແລະ ສັກວັກຊີນປ້ອງກັນພະຍາດໃນລະບົບທາງເດີນອາຫານ ເຊັ່ນ ພະຍາດຕັບອັກເສບ ເອ ແລະ ບີ
  • ໃຫ້ການບໍລິການສັກວັກຊີນພະຍາດຕັບອັກເສບ ເອ ແລະ ບີ ເຊິ່ງສາມາດປ້ອງກັນໃນຜູ້ທີ່ຍັງບໍ່ມີພູມຄູ້ມກັນ ແລະ ມີປັດໄຈສ່ຽງ ເຊັ່ນ ມີພະຍາດຕັບ ໃນຄອບຄົວ, ມີອາຊີບໃກ້ຊິດກັບຄົນເຈັບເປັນຕັບອັກເສບ, ຄົນເຈັບຟອກໄຂ່ຫລັງ
  • ກວດເອໂກ້ (ອານຕຣາຊາວ) ແລະ ເຄື່ອງ X ray computer

 

ທ່ານສາມາດພົບແພດທີ່ສູນລະບົບທາງເດີນອາຫານ ແລະ ຕັບ ກຸງເທບ ໃນກໍລະນີດັ່ງນີ້:

  • ສົງໄສວ່າມີອາການຂອງພະຍາດໃນລະບົບທາງເດີນອາຫານ
  • ຕ້ແງການກວດສອບການ ເຮັດວຽກຂອງລະບົບທາງເດີນອາຫານຢ່າງລະອຽດ
  • ອາການຂອງພະຍາດທາງເດີນອາຫານປິ່ນປົວຢູ່ບໍ່ສາມາດຫາຍຂາດ ຫລື ດີຂື້ນ
  • ຕ້ອງການໄດ້ຮັບການຢືນຢັນຈາກແພດໃນການກວດບົ່ງມະຕິ ແລະ ວິທີການປິ່ນປົວເພື່ອປະກອບການຕັດສິນໃຈໃນການປິ່ນປົວ
  • ຕ້ອງການກວດ ແລະ ຮັກສາດ້ວຍການສ່ອງກ້ອງໂດຍແພດຜູ້ຊ່ຽວຊານ
  • ຕ້ອງການການຄຳປຶກສາ ແລະ ຄຳແນະນຳຈາກແພດຜູ່ຊ່ຽວຊານໃນການເບິ່ງແຍງສຸຂະພາບ ແລະ ປ້ອງກັນພະຍາດໃນລະບົບທາງເດີນອາຫານ
  • ພະຍາດທາງເດີນອາຫານໃນເດັກ Pediatric GI
  • ພະຍາດກະເພາະອາຫານລຳໄສ້ອ່ອນ ສ່ວນເທິງ Peptic ulcer
  • ພະຍາດລຳໄສ້ອັກເສບ Enteritis
  • ພະຍາດລຳໄສ້ແກ່ອັກເສບ Colitis
  • ພະຍາດກະເພາະອາຫານອັກເສບ Gastritis
  • ພະຍາດກົດໄຫລຍ້ອນ Gastro esophageal reflux disease (GERD)
  • ພະຍາດມະເຮັງກະເພາະອາຫານ
  • ພະຍາດມະເຮັງຫລອດກືນອາຫານ
  • ພະຍາດມະເຮັງລຳໄສ້ແກ່ Colon Cancer
  • ພະຍາດກະເພາະອາຫານ ແລະ ລຳໄສ້ອ່ອນອັກເສບ Gastroenteritis
  • ພະຍາດມະເຮັງຕັບ Liver Cancer, Hepatocellular Carcinoma
  • ພະຍາດຕັບອັກເສບຊຳເຮື້ອ Chronic hepatitis
  • ພະຍາດໄວຣັສຕັບອັກເສບ Hepatitis
  • ພະຍາດຕັບອັກເສບຈາກພິດເຫລົ້າ Alcoholic Liver Disease
  • ພະຍາດຕັບແຂງ Liver Cirrosis
  • ພະຍາດເຊື້ອໃນລະບົບທາງເດີນອາຫານ GI tract Infections
  • ຖອກທ້ອງ Diarrhea
  • ທ້ອງຜູກ Constipation
  • ພະຍາດລຳໄສ້ປັ່ນປ່ວນ Irritable Bowel Syndrome, Constipation
  • ພະຍາດມ້າມອັກເສບ Pancreatitis
  • ພະຍາດຫນີ້ວໃນຖົງບີ, ທໍ່ນຳ້ບີອັກເສບ Gallstones, Cholangitis
  • ພະຍາດມະເຮັງໃນທໍ່ນຳ້ບີ Cholangio Carcinoma

ແພດປະຈໍາສູນ

Dr. Jamrus Pongpit

Internal Medicine

Dr. Teeratip Veeraprasit

Internal Medicine

ແພັກເກັດແລະໂປໂມຊັນ

แพ็กเกจส่องกล้องระบบทางเดินอาหาร

แพ็กเกจตรวจสุขภาพตับ

ສາລະສຸຂະພາບແລະກິດຈະກໍາ